Slow Productivity ການເຮັດວຽກໜ້ອຍລົງ ແຕ່ມີຄຸນນະພາບຫຼາຍຂຶ້ນ
ໃນສັງຄົມທີ່ທຸກຢ່າງເຕັມໄປດ້ວຍຄວາມເລ່ງຮີບ ມັກຈະມີການວັດຜົນງານດ້ວຍຄວາມໄວ ແລະ ປະລິມານ ແຕ່ແນວຄິດ Slow Productivity ໄດ້ຊີ້ໃຫ້ເຫັນວ່າ “ເຮັດວຽກໜ້ອຍລົງ ແຕ່ໄດ້ຜົນງານທີ່ມີຄຸນນະພາບຫຼາຍຂຶ້ນ” ແມ່ນຫົວໃຈຂອງການເຮັດວຽກຢ່າງມີປະສິດທິພາບ ແລະ ມີຄວາມສຸກໃນຊີວິດການເຮັດວຽກ
Slow Productivity ແມ່ນຫຍັງ?
Slow Productivity ແມ່ນການເນັ້ນເຮັດວຽກໃຫ້ມີຄຸນນະພາບຫຼາຍກວ່າປະລິມານ ຫຼຸດຄວາມເລ່ງຮີບ ແລະ ຄວາມເຄັ່ງຕຶງ ແຕ່ເພີ່ມການໂຟກັດ ແລະ ການໃສ່ໃຈໃນລາຍລະອຽດ ມັນສອດຄ່ອງກັບແນວຄິດ Deep Work ແລະ Work-Life Balance ທີ່ຊ່ວຍໃຫ້ຜົນງານມີຄຸນຄ່າ ແລະ ຍືນຍາວ
ຫຼັກການສຳຄັນຂອງ Slow Productivity
- ເຮັດວຽກໜ້ອຍ ແຕ່ໂຟກັດຫຼາຍ
ເລືອກເຮັດສິ່ງທີ່ສຳຄັນຈິງໆ - ຄຸນນະພາບເຫນືອປະລິມານ
ຜົນງານດີທີ່ມີຄຸນຄ່າສູງ - ສ້າງສົມດຸນຊີວິດ
ມີເວລາພັກຜ່ອນ ແລະ ດູແລສຸຂະພາບ - ຄວາມຍືນຍາວຂອງການເຮັດວຽກ
ຫຼຸດຄວາມສຽງໃນການໝົດໄຟ (burnout)
ຕົວຢ່າງການນຳໃຊ້
- ກຳນົດເວລາກວດອີເມວ 2-3 ຄັ້ງຕໍ່ມື້
- ຈັດລຳດັບຄວາມສຳຄັນຂອງວຽກ
- ເຮັດ Deep Work ວັນລະບໍ່ກີ່ຊົ່ວໂມງ ແຕ່ໄດ້ຜົນທີ່ຊັດເຈນ
- ໃຊ້ Time Blocking ແບ່ງເວລາເຮັດວຽກ
ຂໍ້ດີຂອງ Slow Productivity
- ຫຼຸດຄວາມເຄັ່ງຕຶງ ແລະ ຄວາມເລ່ງຮີບ
- ຜົນງານມີຄຸນນະພາບສູງຂຶ້ນ
- ເພີ່ມຄວາມສຸກໃນການເຮັດວຽກ
- ເຮັດວຽກໄດ້ຢ່າງຍືນຍາວ
ເໝາະກັບໃຜ?
- ນັກຂຽນ ນັກອອກແບບ ແລະ ນັກວິຈັຍ
- ຜູ້ທີ່ເຮັດວຽກໃນສະພາບການກົດດັນ
- ຄົນທີ່ຕ້ອງການສົມດຸນຊີວິດກັບວຽກ
ສະຮຸບ
Slow Productivity ບໍ່ແມ່ນການເຮັດວຽກໜ້ອຍຈົນຜົນງານຫຼຸດລົງ ແຕ່ແມ່ນການປັບວິທີຄິດໃຫ້ຊ້າລົງ ເພື່ອເນັ້ນຄຸນຄ່າ ແລະ ສ້າງສົມດຸນຊີວິດ ມັນເປັນກະແຈສຳຄັນໃນການເຮັດວຽກໃຫ້ມີຄຸນນະພາບ ແລະ ຍືນຍາວ
ລອງນຳແນວຄິດ Slow Productivity ໄປໃຊ້ໃນຊີວິດປະຈຳວັນ ແລ້ວທ່ານຈະພົບວ່າ “ເຮັດວຽກໜ້ອຍລົງ ແຕ່ໄດ້ຜົນງານຫຼາຍຂຶ້ນ” ແມ່ນເລື່ອງທີ່ເປັນໄປໄດ້
The Author Team |
|
1
min read